ວິທີສັ່ງຊື້ສິນຄ້າ

ວິທີສັ່ງຊື້ສິນຄ້າ ບໍ່ໄດ້ຫຍຸ້ງຍາກຈັກໜ່ອຍເລີຍ ບໍ່ຈຳເປັນຈະຕ້ອງເຂົ້າສະໝັກກໍ່ສາມາດສັ່ງຊື້ສິນຄ້າໄດ້ທັນທີເລີຍ ພຽງແຕ່ ທ່ານ ພີມຄຳວ່າ Shoplaos ລົງຫ້ອງຄົ້ນຫາທີ່ Google ຫຼື Google Chrome ຫຼື ເຂົ້າລິ້ງມາຈາກທີ່ຕ່າງໆ ຂອງໂຊເຊວມີເດຍຕ່າງໆ ແອບຕ່າງໆ ເພື່ອເຂົ້າມາ Shoplaos ໄດ້ແລ້ວ ກໍ່ດຳເນີນການ ສັ່ງຊື້ສິນຄ້າ ໄດ້ເລີຍ ມີຂັ້ນຕອນລະອຽດງ່າຍໆ ແນະນຳຕັ້ງແຕ່ເລີມຕົ້ນເຂົ້າມາເລື່ອກສິນຄ້າຈົນຮອດໄດ້ຮັບເຄື່ອງ ມີ 12 ຂັ້ນຕອນງ່າຍໆ ດັ່ງລຸ່ມນີ້:

🩷  ມີ 4 ຂໍ້ດີຂອງພວກເຮົາ:   

ສົ່ງຟຼີ  +  ຈ່າຍປາຍທາງ  +  ກວດສິນຄ້າກ່ອນຈ່າຍເງິນ  +  ສິນຄ້າບໍ່ຕົງປົກບໍ່ໃຫ້ຮັບເຄື່ອງ.

✅  ມີ 3 ຂໍ້ສະດວກສະບາຍພິເສດ:

  1. ບໍ່ຈຳເປັນເຂົ້າສະໝັກກໍ່ສາມາດຊື້ສິນຄ້າໄດ້ທັນທີເລີຍ.
  2. ປຸ່ມ 💬 Chat WhatsApp ທຸກປຸ່ມ ສາມາດເຊື່ອມຕໍ່ແຊດກັບວອດແອບຂອງທ່ານໄດ້ເລີຍ ( ວອດແອບພວກເຮົາ ມີຊື່ແລະໂລໂກວ່າ: Shoplaos ແລະ ມີເບີ: +8562052442895 ).
  3. ສັ່ງຊື້ສິນຄ້າຄັ້ງຕໍ່ໆໄປແມ່ນສະດວກກວ່າເກົ່າອີກບໍ່ຈຳເປັນປະກອບແບບຟອມຄືນໃຫມ່ອີກ ເມື່ອທ່ານປະກອບແບບຟອມຕາມຂັ້ນຕອນທີ 7 ຂ້າງລຸ່ມປະໄວ້ແລ້ວ ຫຼືຊື້ຄັ້ງທຳອິດໄປແລ້ວ ( ແບບຟອມເກົ່າລະບົບຍັງຮັກສາໄວ້ໃຫ້ ).

🧑🏻‍🏫  ມີ 12 ຂັ້ນຕອນງ່າຍໆຢ່າງລະອຽດ ສັ່ງຊື້ສິນຄ້າ:

  1. ຄົ້ນຫາສິນຄ້າຕາມໃຈມັກ ພີມຊື້ສິນຄ້າໃສ່ຫ້ອງຄົ້ນຫາ ເພື່ອຈະໄດ້ຊອກຫາສິນຄ້າທີ່ທ່ານຕ້ອງການ.
  2. ເມື່ອເຫັນສິນຄ້າຕ້ອງການແລ້ວ ກົດຮູບສິນຄ້າຕ້ອງການນັ້ນໂລດ ແລ້ວມັນຈະເຂົ້າໄປໃຫ້ເລື່ອກ.
  3. ຖ້າມີຕົວໃຫ້ເລື່ອກເປັນ ສີ, ຂະໜາດ, ໜ້ຳໜັກ…ອື່ນໆ ແມ່ນໃຫ້ເລື່ອກຕາມທ່ານຕ້ອງການ ແລ້ວໄປກົດ ເພີ່ມລົງກະຕ່າ ( ສາມາດກົດເພີ່ມສິນຄ້າເຂົ້າກະຕ່າໄດ້ຫຼາຍຢ່າງໄດ້ ).
  4. ຫຼັ່ງຈາກັ້ນ ໃຫ້ໄປກົດປຸ່ມຮູບຖົງກະຕ່າ ຫຼື ກະເປົາ ທີ່ຢູ່ດ້ານເທິ່ງຈໍມຸ່ມຂວ່າສຸດ ທີ່ເຫັນມີໝາຍເລກຈຳນວນທີ່ກົດສິນຄ້າເຂົ້າ.
  5. ເມື່ອກົດເຂົ້າກະຕ່າມາແລ້ວ ໃຫ້ມາເລື່ອກຄືນໃຫມ່ ຢ່າງລະອຽດຄືນອີກ ວ່າຄວາມຕ້ອງການຢາກໄດ້ຂອງເຮົາ ແມ່ນຕົງໃຈເຮົາແລ້ວບໍ ຈະເປັນຕົວເລື່ອກແລະຈຳນວນສິນຄ້າ.
  6. ເມື່ອເລື່ອກລະອຽດໄດ້ແລ້ວ ໃຫ້ຕິກ ໝາຍຖືກ ( √ ) ໃສ່ຫ້ອງສີ່ຫຼ່ຽມນ້ອຍໃນໜ້າສິນຄ້ານັ້ນ ແລ້ວກົດປຸ່ມຂ້າງລຸ້ມຄຳວ່າ ສັ່ງສິນຄ້າ.
  7. ເມື່ອກົດ ສັ່ງສິນຄ້າ ເຂົາມາແລ້ວ ຈະເຫັນຫ້ອງໃຫ້ພີມໃສ່ດັ່ງນີ້: ໃສ່ອີເມວ ບໍ່ບັງຄັບ ( ເປັນອີເມວສົມມຸດກໍ່ໄດ້ ); ທີ່ຢູ່ຈັດສົ່ງ ໃຫ້ເລືອກ ປະເທດລາວ, ຊື່ທ່ານ, ນາມສະກຸນທ່ານ, ບ້ານ, ເມືອງ, ແຂວງ, ເບີໂທ, ໃຫ້ກົດບ່ອນໝາຍບວກ  ທີ່ບ່ອນແຖວມີຄຳວ່າ: + ເພີ່ມ [ ອາພາດເມັ້ນ, ຫ້ອງຊຸດ, ຢູນິດ, ແລະ ອື່ນໆ. (ບໍ່ບັງຄັບ) ] ບ່ອນນີ້ແມ່ນໃຫ້ພີມດັ່ງນີ້: ສາຂາຂົນສົ່ງປາຍທາງ  ຮຸ່ງອາລຸນ  ລະຫັດ:1234  ບ້ານໂພນໄຊ ຫຼືພີມໃສ່ພຽງນີ້ກໍ່ໄດ້ຖ້າບໍ່ຈືລະຫັດສາຂາປາຍທາງພີມດັ່ງນີ້: ສາຂາຂົນສົ່ງປາຍທາງ ຮຸ່ງອາລຸນ ບ້ານໂພນໄຊ ( ໃຫ້ໃສ່ ຊື່ຂົນສົ່ງ  ລະຫັດ ບ້ານ ຕົວຈິງທີ່່ທ່ານຕ້ອງການສົ່ງມາໃຫ້ທ່ານຢ່າງຖືກຕ້ອງ ເພາະຂຽນສີແດງໄວ້ທາງໜ້າຜ່ານມານີ້ແມ່ນພຽງຕົວຢ່າງ, ຖ້າບໍ່ຈືລະຫັດຂົນສົ່ງປາຍທາງແມ່ນບໍ່ໃສ່ກໍ່ໄດ້ດັ່ງຕົວຢ່າງວ່າມາຂ້າງໜ້ານີ້. ຂົນສົ່ງແມ່ນໃຫ້ເລື່ອກບໍລິການຂົນສົ່ງ ຮຸ່ງອາລຸນ / ອານຸສິດ / ມີໄຊ )  ແລະ ສຳຫຼັບຫ້ອງ ລະຫັດໄປສະນີ ແມ່ນໃສ່ເລກ 5 ຫຼັກ ຂອງແຂວງ ຖ້າຜູ້ຊື້ສິນຄ້າຢູ່ແຂວງໃດແມ່ນໃສ່ເລກ 5 ຫຼັກ ຂອງລະຫັດໄປສະນີ ແຂວງນັ້ນໃສ່ { ລະຫັດໄປສະນີ 18 ແຂວງ ທົ່ວປະເທດລາວແມ່ນ [ (01000/ນະຄອນຫຼວງວຽງຈັນ), (02000/ຜົ້ງສາລີ), (03000/ຫຼວງນ້ຳທາ), (04000/ອຸດົມໄຊ), (05000/ບໍ່ແກ້ວ), (06000/ຫຼວງພະບາງ), (07000/ຫົວພັນ), (08000/ໄຊຍະບູລີ), (09000/ຊຽງຂວາງ), (10000/ວຽງຈັນ), (11000/ບໍລິຄຳໄຊ), (12000/ຄຳມ່ວນ), (13000/ສະຫວັນນະເຂດ), (14000/ໄຊສົມບູນ), (15000/ສາລະວັນ), (16000/ຈຳປາສັກ), (17000/ເຊກອງ), (18000/ອັດຕະປື) ] ຖ້າລູກຄ້າຫຼືຜູ້ຊື້ສິນຄ້າ ຢູ່ແຂວງໃດ ແມ່ນໃຫ້ພີມແຕ່ສະເພາະ ຕົວເລກ 5 ຕົວ ຂອງ ລະຫັດໄປສະນີ ຂອງແຂວງນັ້ນໃສ່ຫ້ອງ ລະຫັດໄປສະນີ ເຊັ້ນວ່າ: ຕົວຢ່າງ ລູກຄ້າຫຼືຜູ້ຊື້ສິນຄ້າ ຢູ່ແຂວງຫຼວງພະບາງ ໃຫ້ພີມສະເພາະແຕ່ 5 ຕົວເລກ 06000 ໃສ່ຫ້ອງ ລະຫັດໄປສະນີ }; ຕົວເລື່ອກການຈັດສົ່ງ ທ່ານສາມາດເລື່ອກໄດ້ ມີ 3 ຊ່ອງໃຫ້ເລື່ອກ ແລະ  ຕົວເລື່ອກການສຳລະເງິນ ມີ 2 ຊ່ອງໃຫ້ເລື່ອກ. ຫຼັ່ງຈາກເຮັດຖືກຕາມປະສົ່ງໝົດແລ້ວ ກໍ່ໃຫ້ກົດປຸ່ມ ສັ່ງຊື້ສິນຄ້າ ທີ່ຂ້າງລຸ້ມນັ້ນເລີຍ.
  8. ເມື່ອກົດປຸ່ມ ສັ່ງຊື້ສິນຄ້າ ແລ້ວ ຖ້າເລື່ອກຈ່າຍເງິນປາຍທາງ ແມ່ນສຳເລັດການສັ່ງຊື້ສິນຄ້າເລີຍແລ້ວ    ແຕ່ຖ້າຫາກມີບັນຫາຫຼືກົດຜິດແມ່ນໃຫ້ຟ້າວກົດປຸ່ມຍົກເລີກຂ້າງລຸ່ມສຸດສີແດງໆໃຫຍ່ນັ້ນໂລດຢ່າງທັນທີໄດ້  ເມື່ອລະບົບດຳເນີນການກ່ອນກໍ່ສາມາດແຊດໄປທາງ Chat WhatsApp ເພື່ອຂໍຍົກເລີກໄດ້ ຕ້ອງນອນຢູ່ພາຍໃນກອບ 24 ຊົ່ວໂມງ ຫຼັ່ງຈາກຊື້ ກາຍເວລາວ່າໄວ້ນີ້ໄປຖ້າລະບົບກຳລັງດຳເນີນການແລ້ວແມ່ນບໍ່ອະນຸມັດຍົກເລີກໄດ້ແລ້ວ,   ຖ້າເລື່ອກຈ່າຍຕົ້ນທາງ ໂດຍຜ່ານ BCEL OnePay ສຳລະເງິນແລ້ວ  ແມ່ນກົດປຸ່ມ 💬ສົ່ງສະລິບໂອນເງິນມາທາງ Chat whatsApp ຄິກເຂົ້ານີ້ ( ຈະເຫັນປຸ່ມຢູ່ກ້ອງຄີວອາໂຄ້ດທີ່ສຳລະເງິນນັ້ນເລີຍ ) ແລ້ວສົ່ງສະລິບໂອນເງິນໄປຢືນຢັນການສຳລະເງິນ ແມ່ນຈຳເປັນຕ້ອງໄດ້ສົ່ງສະລິບໂອນເງິນທຸກຄັ້ງເພື່ອຢືນຢັນການສຳລະເງິນ  ແຕ່ຖ້າຫາກມີບັນຫາຫຼືກົດຜິດຜາດ ສາມາດຟ້າວກົດປຸ່ມຍົກເລີກໄດ້ ດັ່ງທີ່ໄດ້ແນະນຳມາຂ້າງເທິ່ງ.
  9. ເມື່ອຮອດຂັ້ນຕອນທີ່ 8 ແລ້ວ ທ່ານສາມາດ ຕິດຕາມ ສະຖານະ ການສັ່ງຊື້ໄດ້ ໃຫ້ກົດທີ່ປຸ່ມ 📋ຄຳສັ່ງຊື້ສິນຄ້າຂອງຂ້ອຍ ຢູໜ້າທຳອິດ ຫຼື ໜ້າ Home ຫຼືກົດປຸ່ມ 🏠Home ແລ້ວຫຼັງຈາກນັ້ນໃນມືຖືຢູ່ເທິ່ງສຸດດ້ານຂວ່າມືຈະເຫັນມີປຸ່ມນັ້ນ ແມ່ນໃຫ້ກົດເຂົ້າໄປຈະສາມາດຕິດຕາມເບິ່ງວ່າສິນຄ້າຂອງເຮົາສັ່ງຊື້ດຳເນີນການແນວໃດແລ້ວໄປຮອດໃສ່ແລ້ວແມ່ນສະຖນະເຫັນຢູ່ໃນນັ້ນໝົດເລີຍ.
  10. ຖ້າມີບັນຫາຂອງການສັ່ງຊື້ສິນຄ້າແມ່ນສາມາດຍົກເລີກການສັ່ງຊື້ສິນຄ້າໄດ້ ແຕ່ຕ້ອງຢູ່ໃນເງື່ອນໄຂຂໍ້ທີ 8 ຂ້າງເທິ່ງ.  ຖ້າມີເລື່ອງສອບຖາມໃຫ້ແຊດມາທາງປຸ່ມແຊດ Chat whatsApp ແຊດມາໄດ້ທຸກເມື່ອທຸກຍາມເລີຍ ທຸກເວລາເລີຍ ( ປຸ່ມ 💬 Chat WhatsApp ມີເບີ +8562052442895 ມີຊື່ແລະຊື່ໂລໂກໃນກະຕ່າວ່າ: Shoplaos ).
  11. ເມື່ອສິນຄ້າຮອດຂົນສົ່ງສາຂາປາຍທາງແລ້ວຈະມີພະນັກງານແຊດວອດແອບບອກຫຼືໂທຫາ.
  12. ເຂົ້າໄປຮັບເຄື່ອງຕາມຄຳແຈ້ງຂອງພະນັກງານສົ່ງໃຫ້.