ວິທີສະໝັກເປັນຜູ້ຂາຍສິນຄ້າ
ວິທີສະໝັກເປັນຜູ້ຂາຍສິນຄ້າ:
- ໃຫ້ໄປກົດບ່ອນຮູບຄົນ ບັນຊີຂອງຂ້ອຍ (
ບັນຊີຂອງຂ້ອຍ ). - ເຂົ້າມາແລ້ວ ຈະເຫັນຫ້ອງຊື່ ທີ່ຢູ່ອີເມວ ແມ່ນພີມອີເມວຈິງຂອງທ່ານທີ່ໃຊ້ໃນມືຖື ຫລື ໃຊ້ຢູ່ໃສ່ກໍ່ໄດ້ແຕ່ເປັນອີເມວຈິງຂອງທ່ານ. ມີ 2 ປຸ່ມຂ້າງລຸ້ມໃຫ້ເລື່ອກ ຖ້າຄິກໄວ້ໃສ່ປຸ່ມ ຂ້ອຍແມ່ນລູກຄ້າ ແມ່ນທ່ານໄດ້ລົງທະບຽນເປັນລູກຄ້າ ແຕ່ຖ້າທ່ານຄິກໄວ້ໃສ່ປຸ່ມ ຂ້ອຍແມ່ນຜູ້ຂາຍ ແມ່ນທ່ານໄດ້ລົງທະບຽນເປັນຜູ້ຂາຍສິນຄ້າ, ເມື່ອເລື່ອກແລ້ວ ກໍໃຫ້ກົດ ລົງທະບຽນ ແລ້ວຖືວ່າສຳເລັດ.
- ແຕ່ຖ້າກໍລະນີ ເຄີຍລົງທະບຽນ ຂ້ອຍແມ່ນລູກຄ້າ ມາກ່ອນແລ້ວ ຖ້າອອກລະບົບໄປແລ້ວ ແມ່ນເລີມຂັ້ນຕອນທີ 1 ມາເລີຍ ໃຫ້ເລື່ອກປຸ່ມ ຂ້ອຍແມ່ນຜູ້ຂາຍ ແລ້ວກົດ ລົງທະບຽນ ແມ່ນເປັນຜູ້ຂາຍສິນຄ້າໄດ້ເລີຍ. ແຕ່ຖ້າກໍລະນີ ເຄີຍລົງທະບຽນ ຂ້ອຍແມ່ນລູກຄ້າ ມາກ່ອນແລ້ວ ຍັງເຂົ້າຢູ່ໃນລະບົບຢູ່ ແມ່ນໃຫ້ໄປຄິກຄຳວ່າ ສະໝັກເປັນຜູ້ຂ່າຍ ປະກອບໃສ່ຟອມແຕ່ລະຫ້ອງໃຫ້ຄົບ ແລ້ວກົດ ລົງທະບຽນ ແມ່ນເປັນຜູ້ຂາຍສິນຄ້າໄດ້ເລີຍ.
- ເມື່ອເຮົາລົງທະບຽນສຳເລັດໄປແລ້ວ ຂ້ອຍແມ່ນລູກຄ້າ ຫຼື ຂ້ອຍແມ່ນຜູ້ຂາຍ ເມື່ອກໍລະນີຫາກມັນອອກຈາກລະບົບເຮົາກໍ່ພຽງແຕ່ ພີມອີເມວທີ່ເຄີຍລົງທະບຽນໄປກ່ອນ ໃສ່ຫ້ອງ ຊື່ຜູ້ໃຊ້ ຫລື ທີ່ຢູ່ອີເມວ ໃສ່ລະຫັດຜ່ານ ທີ່ຫ້ອງ ລະຫັດຜ່ານ ແລ້ວໃຫ້ຕິກຫ້ອງສີຫຼ່ຽມນ້ອຍ ໜ້າຄຳວ່າ ຈົດຈຳຂ້ອຍໄວ້ ຖ້າຢາກໃຫ້ລະບົບຈຳໄວ້ ເວລາເຂົ້າຄັ້ງໜ້າມັນຈະເດັ້ງຂື້ນມາເອງ ເພື່ອໃຫ້ເລື່ອກກົດເຂົ້າເລີຍ ແຕ່ຖ້າບໍ໋ຢາກໃຫ້ລະບົບຈຳກໍ່ບໍ່ຈຳເປັນຄິກໄວ້ ຫຼັ່ງຈາກນັ້ນກໍ່ກົດ ເຂົ້າສູ່ລະບົບ ກໍ່ສາມາດໃຊ້ໄດ້ປົກກະຕິເລີຍ.
- ເມື່ອເຮົາເຂົ້າສູ່ລະບົບ ແຕ່ລືມລະຫັດຜ່ານ ຫຼື ບໍ່ເຄີຍໄດ້ລະຫັດຜ່ານມາກ່ອນ ແມ່ນໃຫ້ກົດຄຳວ່າ ລືມລະຫັດຜ່ານບໍໍ? ເມື່ອດົດໄປແລ້ວລະຫັດຜ່ານຈະສົ່ງໄປຫາອີເມວ ຂອງທ່ານເຄີຍລົງທະບຽນໄວ້ ແຕ່ຖ້າບໍ່ເຫັນລະບົບສົ່ງລະຫັດຜ່ານໄປຫາເມວທ່ານ ຫຼື ບໍ່ຮູ້ຈະເຮັດແນວໃດເລີຍແມ່ນໃຫ້ທ່ານກົດປຸ່ມ Chat WhatsApp ແລ້ວສົ່ງຂໍ້ຄວາມຂຽນໄປວ່າ: ຂໍລະຫັດຜ່ານ ເຂົ້າລະບົບແດ່ ລືມ ຫຼື ບໍ່ທັນໄດ້ ລະຫັດຜ່ານ ເຂົ້້າລະບົບ ຂອງອີເມວຊື່: ………………………… ( ບ່ອນຈໍາໆໆໆຂ້າງໜ້ານີ້ ແມ່ນໃສ່ຊື້ມີເມວຂອງທ່ານຕ້ອງການເອົາລະຫັດຜ່ານ ) ແລ້ວກົດສົ່ງໄປທາງວອດແອບນັ້ນປະໄວ້ ແລ້ວທາງຈັດການລະບົບ ຈະສົ່ງ ລະຫັດຜ່ານເຂົ້າສູ່ລະບົບຂອງອີເມວທ່ານມາໃຫ້ທ່ານພາຍໃນ 24 ຊົ່ວໂມງ ແຕ່ຖ້າຕ້ອງການດ່ວນກໍ່ ໂທຫາທາງເບີໂທ ຫຼື ວອດແອບ ເພື່ອລົມສົດເລີຍ ນຳຜູ້ຈັດການລະບົບ ເພື່ອຈະໄດ້ຟ້າວກວດກາໃຫ້ ແລ້ວຟ້າວສົ່ງລະຫັດຜ່ານມາໃຫ້ທ່ານໂດຍໄວ.
- ເມື່ອ ຜູ້ ຂ້ອຍແມ່ນລູກຄ້າ ຫຼື ຂ້ອຍແມ່ນຜູ້ຂາຍ ໄດ້ ລົງທະບຽນ ຫຼື ເຂົ້າລະບົບ ມາແລ້ວ ສາມາດມາແກ້ໄຂປະຫວັດຂອງຕົວເອງໄດ້ທຸກເມື່ອ ຕາມປຸ່ມຕ່າງໆທີ່ມີໃຫ້ເລື່ອກ ແລະ ສາມາດຊື້ສິນຄ້າໄດ້ປົກກະຕິ. ສວນຜູ້ລົງທະບຽນ ຂ້ອຍແມ່ນຜູ້ຂາຍ ແມ່ນສາມາດ ລົງສິນຄ້າຂາຍໄດ້ເລີຍ ຈະມີປຸ່ມຕ່າງໆໃຫ້ເລື່ອກກົດລົງສິນຄ້າເພື່ອຂາຍ.
- ຜູ້ລົງທະບຽນ ຂ້ອຍແມ່ນຜູ້ຂາຍ ແມ່ນອຳນວຍການລະບົບຈະຊ່ວຍ ໃນການດຳເນີນການຂາຍສິນຄ້າ ຈຳຕ້ອງປະຕິບັດຕາມຂໍ້ກຳນົດຫຼັກໆມີດັ່ງນີ້: ເມື່ອລົງທະບຽນ ຂ້ອຍແມ່ນຜູ້ຂາຍ ແມ່ນຜູ້ດູແລລະບົບຈະກວດກາໃຫ້ກ່ອນດຳເນີນການ, ຕອນລົງສິນຄ້າຂາຍ ແມ່ນຜູ້ດູແລລະບົບຈະກວດກາໃຫ້ກ່ອນເພື່ອດຳເນີນການ ແລະ ເວລາຈັດສົ່ງສິນຄ້າແມ່ນຜູ້ດູແລລະບົບຈະຊ່ວຍດຳເນີນການໃຫ້. ການຂາຍສິນຄ້າໃນລະບົບນີ້ ຄວາມປອດໄພທັງໝົດແມ່ນຜູ້ອຳນວຍການລະບົບເປັນຜູ້ຄຸ້ມຄອງທັງໝົດຮັບຜິດຊອບໃຫ້ໝົດ ນັບແຕ່ອະນຸມັດອໍເດີ ຝາກເຄື່ອງນຳຂົນສົ່ງໄປໃຫ້ລູກຄ້າ ບັນຫາການຂົນສົ່ງຕ່າງໆ ດ້ານການເງິນແມ່ນຜູ້ອຳນວນການລະບົບເປັນຜູ້ອຳນວຍຄວາມສະດວກໃຫ້ທຸກດ້ານ ຈົນສິນຄ້າຮອດມືລູກຄ້າ ແລະ ການສຳລະເງິນຂອງລູກຄ້າ. ສວນຜູ້ຂາຍສິນຄ້າ ຫຼື ຂ້ອຍແມ່ນຜູ້ຂາຍ ແມ່ນຮັບຜິດຊອບດ້ານຄຸນນະພາບສິນຄ້າໃຫ້ໄດ້ຕາມປົກຂອງອໍເດີ ແລະ ສາມາດຮັບເງິນໄດ້ ຈາກຜູ້ອຳນວຍການລະບົບ ເມື່ອການສົ່ງສິນຄ້າໄດ້ສຳເລັດແລ້ວ.
- ຖ້າບຸກຄົນ ຫຼື ນິຕິບຸກຄົນໃດສົນໃຈ ຢາກລົງທະບຽນ ຂ້ອຍແມ່ນຜູ້ຂາຍ ເພື່ອຂ່າຍສິນຄ້າແມ່ນໃຫ້ແຊດ ໄປທາງວອດແອບ ( Chat WhatsApp ມີເບີ: +8562052442895 ) ພວກເຮົາຈະໄດ້ສົ່ງເອກະສານໃຫ້ທ່ານ ຈະມີຄຳແນະນຳລະອຽດຢູ່ໃນນັ້ນ ເພື່ອດຳເນີນການຢ່າງລົງຕົວ ແລະ ເປັນການປ້ອງກັນຄວາມປອດໄພຂອງລະບົບໃຫ້ກັບຂ້ອຍແມ່ນຜູ້ຂາຍ.
- ທ່ານສາມາດຍົກເລີກ ການລົງທະບຽນໄດ້ທຸກເມື່ອບໍ່ມີຂໍ້ບັງຂັບໃດໆ ຫຼື ຄືນກັບມາໃຊ້ໄດ້ທຸກເມື່ອບໍ່ມີຂໍ້ບັງຂັບໃດໆ.
Shoplaos ໃນປະເທດລາວ